Wednesday, October 4, 2017

5 ເທັກນິກທ່ອງຄຳສັບ ພາສາອັງກິດ

ເຄີຍເປັນບໍ່... ພະຍາຍາມທ່ອງຄຳສັບແນວໃດກໍ່ບໍ່ຈື່ ລອງມາເບີ່ງ 5 ເທັກນິກທ່ອງຄຳສັບດັ່ງຕໍ່ໄປນີ້ກັນເບິ່ງ:

1. ຈື່ຄຳສັບເປັນກຸ່ມ:
ຄຳສັບທີ່ເປັນກຸ່ມ ມີຄວາມໝາຍຄືກັນ ແລະ ກຸ່ມຄຳທີ່ມີຄວາມໝາຍກົງກັນຂ້າມກັນ ຈະຊ່ວຍໃຫ້ເວລາທີ່ເຮົານຳຄຳສັບເຫຼົ່ານີ້ໄປໃຊ້ ຈະໄດ້ໃຊ້ກັນຢ່າງຖືກຕ້ອງ, ທັງງ່າຍ ແລະ ສະດວກຂຶ້ນ.

2. ຈື່ຄຳສັບ ແລະ ແຕ້ມຮູບພາບຄຳສັບທີ່ກ່ຽວຂ້ອງກັນ:
ແຕ້ມຮູບພາບຂອງຄຳສັບທີ່ກ່ຽວຂ້ອງກັນອອກມາເປັນແຜນຜັງ ຫຼື ຈັດເປັນໝວດໝູ່ ໂດຍແບ່ງອອກເປັນຄວາມກ່ຽວຂ້ອງ ແລະ ສຳພັນກັນລະຫວ່າງຄຳສັບແຕ່ລະຄຳ ແລ້ວແຕ້ມອອກມາເປັນແຜນພາບ ຈະເຮັດໃຫ້ເຮົາຈື່ຄຳສັບໄດ້ງ່າຍຂຶ້ນ.

3. ໃຊ້ອຸປະກອນຊ່ວຍ:
ໂດຍອາດຈະເຮັດເປັນບັດຄຳສັບ ພ້ອມກັບຄວາມໝາຍ ແລະ ຕົວຢ່າງເປັນປະໂຫຍກ ແລ້ວນຳມາເປີດອ່ານ ຫຼື ເລົ່າໃນເວລາຫວ່າງ ທີ່ສຳຄັນ ຢ່າລືມເພີ່ມຄຳສັບເຫຼົ່ານັ້ນໃນແຕ່ລະອາທິດ ເພື່ອເພີ້ມຄັງຄຳສັບໃນສະໝອງໃຫ້ສາມາດນຳໄປໃຊ້ໃນອະນາຄົດ.

4. ສ້າງຈຸດເດັ່ນຂອງລັກສະນະຄຳສັບກຸ່ມນັ້ນ:
ລອງໃຊ້ເວລາຫວ່າງໃນການພັດທະນາພາສາອັງກິດໂດຍການເບິ່ງໂທລະພາບ, ລະຄອນ ຫຼື ໜັງ, ຟັງຂ່າວ ຫຼື ສື່ບັນເທີງທີ່ເປັນວີດີໂອ ໃນ Youtube ທີ່ເປັນພາສາອັງກິດ ຈະຊ່ວຍເຮັດໃຫ້ເຮົາໄດ້ຝຶກຝົນທັກສະການຟັງ ແລະ ຮູ້ແນວທາງການເວົ້າຫຼາຍຂຶ້ນ.

5. ຕັ້ງເປົ້າໝາຍ ແລະ ຝຶກຝົນຢ່າງສະໝໍ່າສະເໝີ:
ຕັ້ງເປົ້າໝາຍວ່າຈະຕ້ອງທົບທວນຄໍາສັບຢ່າງໜ້ອຍອາທິດລະ 3 ຄັ້ງ ແລະ ຕັ້ງເປົ້າໝາຍເພີ້ມເຕີມວ່າຈະເພີ່ມຄຳສັບ 15-20 ຄຳ ຕໍ່ ອາທິດ ແລະ ເຮັດແນວນີ້ໄປຢ່າງສະໝຳສະເໝີ.

ຈາກ 5 ເທັກນິກຂ້າງເທິງນີ້ ຖ້າເຮັດໄດ້ຮັບຮອງວ່າບໍ່ພໍເທົ່າໃດປີ ກໍ່ສາມາດພິດຊິດຄຳສັບພາສາອັງກິດໄດ້ເປັນຢ່າງດີ.


No comments:

Post a Comment